laosnisshintravel Travel

LNT-2026-0006 · China · CHINA SOUTHERN AIRLINE

ຊີອານ-ລົ້ວຢາງ (6ມື້ 5ຄືນ) "ຍ້ອນຮອຍປະຫວັດສາດແດນມັງກອນ ສຳຜັດມົນສະເໜ່ມະຫານະຄອນຊີອານ"

ຊີອານ-ລົ້ວຢາງ (6ມື້ 5ຄືນ) "ຍ້ອນຮອຍປະຫວັດສາດແດນມັງກອນ ສຳຜັດມົນສະເໜ່ມະຫານະຄອນຊີອານ"
ເປີດປະຕູສູ່ດິນແດນປະຫວັດສາດອັນຍິ່ງໃຫຍ່. ຕື່ນຕາ ຕື່ນໃຈກັບກອງທັບທະຫານດິນເຜົາອາຍຸພັນປີ, ຢ້ຽມຊົມຖໍ້າຜາຫຼົງເມິນມໍລະດົກໂລກ ແລະ ຕື່ນຕາ ຕື່ນໃຈໄປກັບແສງສີສຸດອະລັງການທີ່ຕະຫຼາດກາງຄືນຕ້າຖັງ

Duration

6D/5N

Start

Vientiane

From

฿40,741 THB

Category

Premium Tour

Highlights

  • ນັ່ງລົດໄຟຄວາມໄວສູງສູ່ ເມືອງລົ້ວຢາງຊົມ ຖ້ຳຜາຫຼົງເມິນ (Dragon Gate Grottoes)
  • ຊົມຄວາມຍິ່ງໃຫຍ່ຂອງກອງທັບທະຫານດິນເຜົາ (ສຸສານຈັກກະພັດຈິ໋ນຊີ)
  • ສຳຜັດບັນຍາກາດສຸດອະລັງການທີ່ຕະຫຼາດກາງຄືນຕ້າຖັງ ແລະ ຖະໜົນຄົນເດິນມູດສະລິມ
  • ຊົມກຳແພງເມືອງໂບຮານຊີອານ ແລະ ສັກກາຣະສານເຈົ້າກວນອູ

Departure Schedules

StartEndAdultChildSeatsStatusBooking
No public schedule yet. Please ask our consultant.

Tour Details

ເປີດປະຕູສູ່ດິນແດນປະຫວັດສາດອັນຍິ່ງໃຫຍ່. ຕື່ນຕາ ຕື່ນໃຈກັບກອງທັບທະຫານດິນເຜົາອາຍຸພັນປີ, ຢ້ຽມຊົມຖໍ້າຜາຫຼົງເມິນມໍລະດົກໂລກ ແລະ ຕື່ນຕາ ຕື່ນໃຈໄປກັບແສງສີສຸດອະລັງການທີ່ຕະຫຼາດກາງຄືນຕ້າຖັງ

Itinerary

Day 1

ວຽງຈັນ - ຄຸນໝິງ - ຊີອານ (ເປີດປະຕູສູ່ອະດີດ) : ບິນລັດຟ້າສູ່ຊີອານ, ຕື່ນຕາແສງສີສຽງຍາມຄໍ່າຄືນທີ່ຕະຫຼາດຕ້າຖັງອັນຍິ່ງໃຫຍ່
07:30 : ທີມງານຂອງພວກເຮົາຈະລໍຖ້າຕ້ອນຮັບທ່ານທີ່ ປະຕູຂາອອກສາກົນເພື່ອອຳນວຍຄວາມສະດວກ. 
10:10 - 13:00 : ອອກເດິນທາງຈາກ ສະໜາມບິນວັດໄຕ ດ້ວຍ China Southern Airlines  ສູ່ສະໜາມບິນນານາຊາດ ຄຸນໝິງ ສາງສຸຍ.
16:00 - 18:35 : ອອກເດິນທາງຈາກ ສະໜາມບິນນານາຊາດ ຄຸນໝິງ ສາງສຸຍ ດ້ວຍ China Southern Airlines ສູ່ສະໜາມບິນນານາຊາດຊີອ່ານ, ຜ່ານດ່ານກວດຄົນເຂົ້າເມືອງ ໃກ້ທ້ອງຖິ່ນລໍຖ້າຕ້ອນຮັບທ່ານຢ່າງອົບອຸ່ນ.
20:00 : ນໍາບັນດາທ່ານເຂົ້າຊົມການສະແດງ ແສງ, ສີ, ສຽງສຸດອະລັງການ ທີ່ຕະຫຼາດກາງຄືນ ຕ້າຖັງ ຕະຫຼາດກາງຄືນທີ່ໃຫຍ່ທີ່ສຸດໃນຊີອານ.
21:30 : ນໍາບັນດາທ່ານເຊັກອິນເຂົ້າສູ່ທີ່ພັກ ແລະພັກຜ່ອນຕາມອັດທະຍາໃສ.

Meals: -/-/- · Hotel: ໂຮງແຮມ 4 ດາວ ຫຼື ທຽບເທົ່າ

Day 2

ຊີອານ - ລົ້ວຢາງ (ມະຫັດສະຈັນມໍລະດົກໂລກ) : ນັ່ງລົດໄຟຊົມຖໍ້າຜາຫຼົງເມິນ ແລະ ປະຕິມະກຳພຸດທະສິນ ອາຍຸ 400 ປີ
07:00 : ຮັບປະທານອາຫານເຊົ້າ ທີ່ຫ້ອງອາຫານຂອງໂຮງແຮມ. 
08:00 : ນໍາທຸກທ່ານໄປນັ່ງລົດໄຟຄວາມໄວສູງ ຊົມວິວ 2 ຂ້າງທາງອັນງົດງາມ ຈາກຊີອານ ສູ່ເມືອງລົ້ວຢາງ.
12:00 : ຮັບປະທານອາຫານທ່ຽງ. 
13:30 : ຢ້ຽມຊົມ ຖໍ້າຜາຫຼົງເມິນ(ປະຕູຖໍ້າມັງກອນ) ແຫຼ່ງທ່ອງທ່ຽວມໍລະດົກໂລກ ປະຕິມະກຳຮູບປັ້ນຫີນແກະສະຫຼັກເກົ່າແກ່ ທີ່ມີແຜ່ນຈາລຶກຫີນກວ່າ 2,800 ແຜ່ນ ໃຊ້ເວລາສ້າງ 400 ກວ່າປີ.
19:00 : ຮັບປະທານອາຫານຄໍ່າທີ່ພັດຕະຄານອາຫານຈີນ ແລ້ວເດີນທາງກັບໂຮງແຮມເພື່ອພັກຜ່ອນຕາມອັດທະຍາໃສ.
- ຊົມການສະແດງສຸດອາລັງການທີ່ວັດເຊົາຫິຼງ.
ເປັນການສະແດງກາງແຈ້ງຂະໜາດໃຫ່ຍທີ່ຈັດຂື້ນບໍລິເວນ ຫຸບເຂົາ ໃກ້ວັດເຊົາຫຼິງ ເປັນການສະແດງທີ່ປະສົມປະສານລະຫວ່າງ ກັງຟູເຊົາຫຼິງພ້ອມແສງ, ສີ, ສຽງ ແລະ ການເຕັ້ນຮ່ວມສະໄຫມໃຊ້ນັກສະແດງຫຼາຍກ່ວາຮ້ອຍຄົນ ພ້ອມສາກຫຼັງທີ່ເປັນພູເຂົາແທ້ໆ. ເຊິ່ງຖ່າຍທອດເລື່ອງລາວຂອງພະພຸດທະສາສະໜາ ແລະ ສິລະປະການຕໍ່ສູ້ເຊົາຫຼິງ ໂດຍໃຊ້ເວລາປະມານ 70 - 90 ນາທີ ເຊິ່ງຈະຈັດຂື້ນໃນຊ່ວງຕອນຄໍ່າ.
- ໂປຣແກຣມເສີມ ຊົມການສະແດງເຊົາຫຼິງ ຄົນລະ 280 ຢວນ/ຄົນ.

Meals: B/L/D · Hotel: ໂຮງແຮມ 4 ດາວ ຫຼື ທຽບເທົ່າ

Day 3

ຊີອານ - ວັດເຊົາຫຼິນ (ເຈາະເລິກຕຳນານກັງຟູ) : ສັກກາລະວັດເຊົາຫຼິນ, ຊົມການສະແດງວິທະຍາຍຸດ ແລະ ເລາະເມືອງບູຮານ
07:00 : ຮັບປະທານອາຫານເຊົ້າ ທີ່ຫ້ອງອາຫານຂອງໂຮງແຮມ. 
08:00 : ນຳພາຄະນະໄປໄຫວ້ຂໍພອນທີ່ ວັດເຊົາຫຼິນ. 
12:00 : ຮັບປະທານອາຫານທ່ຽງ. 
14:00 : ຊົມ ການສະແດງກັງຟູ ເຊົາຫຼິງ ສິລະປະການຕໍ່ສູ້ແບບຈີນທີ່ປະສົມປະສານກັບການສະແດງເທິງເວທີແສງ, ສີ, ສຽງ ແລະ ການໃຊ້ອາວຸດບູຮານອັນໜ້າຕື່ນຕາຕື່ນໃຈ. 
15:30 : ເດີນທາງທ່ອງທ່ຽວຊົມ ເມືອງບູຮານ. 
19:00 : ຮັບປະທານອາຫານຄໍ່າ ແລະ ພັກຜ່ອນຕາມອັດທະຍາໃສ.

Meals: B/L/D · Hotel: ໂຮງແຮມ 4 ດາວ ຫຼື ທຽບເທົ່າ

Day 4

ຊີອານ (ຍ້ອນຮອຍວິລະຊົນ) : ຂໍພອນສານເຈົ້າກວນອູ, ຍ່າງເລາະກຳແພງເມືອງບູຮານ ແລະ ຊົມສະຖານທີ່ວ່າລາດຊະການວູເຕີ້ທຽນ
07:00 : ຮັບປະທານອາຫານເຊົ້າທີ່ ຫ້ອງອາຫານຂອງໂຮງແຮມ. 
08:30 : ນຳພາຄະນະທ່ຽວຊົມສານເຈົ້າກວນອູ ແມ່ທັບຜູ້ເປັນສັນຍາລັກແຫ່ງຄວາມຊື່ສັດ, ຄວາມກະຕັນຍູ ແລະ ຄວາມກ້າຫານ. 
12:30 : ຮັບປະທານອາຫານທ່ຽງ. 
15:00 : ຢ້ຽມຊົມ ເມືອງເກົ່າປະຕູລີຈີງກຳແພງເມືອງບູຮານຊີອານ ທີ່ສ້າງໃນສະໄໝລາດຊະວົງມິງ (ອາຍຸເກົ່າແກ່ 654 ປີ) ພ້ອມທັງຢ້ຽມຊົມສະຖານທີ່ວ່າລາດຊະການຮອງເຮົາ (ວູເຕີ້ທຽນ). 
19:00 : ຮັບປະທານອາຫານຄໍ່າ ແລະ ພັກຜ່ອນຕາມອັດທະຍາໃສ.

Meals: B/L/D · Hotel: ໂຮງແຮມ 4 ດາວ ຫຼື ທຽບເທົ່າ

Day 5

ຊີອານ (ອະລິຍະທຳທີ່ໂລກຕ້ອງຈຳ) : ປະຈັນໜ້າກອງທັບທະຫານດິນເຜົາຈິ໋ນຊີ ແລະ ຊ໋ອບປິ້ງຈຸໃຈທີ່ຖະໜົນມຸດສະລິມ
07:00 : ຮັບປະທານອາຫານເຊົ້າທີ່ ຫ້ອງອາຫານຂອງໂຮງແຮມ. 
08:30 : ນຳຄະນະຊົມສຸສານສິນສື່ຫວງ (ທະຫານປິ່ງໝາຢົງ) ສຸສານໃຕ້ດິນທີ່ມີຮູບປັ້ນທະຫານ ແລະ ມ້າເສິກຂະໜາດເທົ່າຄົນແທ້ຫຼາຍກວ່າ 8,000 ນາຍ.
12:00 : ຮັບປະທານອາຫານທ່ຽງ. 
14:30 : ນຳພາຄະນະຢ້ຽມຊົມສວນສາທາລະນະ ຫໍລະຄັງກາງເມືອງ. 
16:30 : ພາທ່ອງທ່ຽວຖະໜົນຄົນເດີນ ແລະ ຖະໜົນມຸດສະລິມ ເພື່ອສຳຜັດວິຖີຊີວິດ, ລິ້ມລອງອາຫານພື້ນເມືອງ ແລະ ຊື້ເຄື່ອງຂອງຝາກ.
19:00 : ຮັບປະທານອາຫານຄໍ່າ ແລະ ພັກຜ່ອນຕາມອັດທະຍາໃສ.

Meals: B/L/D · Hotel: ໂຮງແຮມ 4 ດາວ ຫຼື ທຽບເທົ່າ

Day 6

ຊີອານ - ວຽງຈັນ (ອຳລາດິນແດນມັງກອນ) : ເດີນທາງກັບນະຄອນຫຼວງວຽງຈັນ ພ້ອມຄວາມຊົງຈຳສຸດປະທັບໃຈ.
07:00 : ຮັບປະທານອາຫານເຊົ້າທີ່ ຫ້ອງອາຫານຂອງໂຮງແຮມ. 
09:00 : ນຳທຸກທ່ານເດີນທາງສູ່ສະໜາມບິນ ເພື່ອເດີນທາງກັບສູ່ນະຄອນຫຼວງວຽງຈັນດ້ວຍຄວາມສະຫວັດດີພາບ ພ້ອມຄວາມຊົງຈຳອັນແສນປະທັບໃຈຈາກທີມງານ ບໍລິສັດ ລາວນິດຊິນ ທ່ອງທ່ຽວ.

Meals: B/L/D · Hotel: ໂຮງແຮມ 4 ດາວ ຫຼື ທຽບເທົ່າ

Included

  • ຄ່າປີ້ຍົນ ໄປ-ກັບ
  • ຄ່າໂຮງແຮມທີ່ພັກ ຕາມທີ່ລະບຸໃນລາຍການ 2 ທ່ານ/ຫ້ອງ ພ້ອມອາຫານເຊົ້າ (ລະດັບ 4 ດາວ)
  • ຄ່າລົດນຳທ່ຽວຕະຫຼອດລາຍການ
  • ຄ່າເຂົ້າຊົມສະຖານທີ່ທ່ອງທ່ຽວ ຕາມທີ່ໄດ້ລະບຸໃນລາຍການ
  • ຄ່າອາຫານຕາມລະບຸໄວ້ໃນລາຍການ (ມາດຕະຖານ 40 - 60 ຢວນ/ທ່ານ/ຄາບ)
  • ຄ່າໄກດ໌ນຳທ່ຽວທ້ອງຖິ່ນເວົ້າພາສາໄທ + ໄກດ໌ຕິດຕາມຄະນະ
  • ຄ່າວີຊ້າເຂົ້າ - ອອກ ຈີນ 1 ຄັ້ງ
  • ຄ່າປະກັນໄພເດີນທາງ

Excluded

  • ຄ່າທິບໄກດ໌ ແລະ ຄົນຂັບລົດ 20 RMB/ທ່ານ/ມື້ (ສຳລັບກຣຸບນ້ອຍກວ່າ 10 ຄົນ, ທິບ 200 ຢວນ/ກຣຸບ/ມື້)
  • ຄ່າໂທລະສັບ + ຄ່າຊັກລີດ + ຄ່າອາຫານ ແລະ ເຄື່ອງດື່ມທີ່ສັ່ງເພີ່ມນອກເໜືອຈາກທົວຣ໌ບໍລິການ
  • ຄ່າເຄື່ອງດື່ມ + ຂະໜົມ ມິນິບາ ຢູ່ຫ້ອງພັກ
  • ຄ່າໃຊ້ຈ່າຍອື່ນໆ ທີ່ບໍ່ໄດ້ລະບຸໄວ້ໃນລາຍການ

Conditions and Notes

  • ການຈອງ:
ການຈອງແມ່ນຂຶ້ນກັບຈຳນວນຫວ່າງ ແລະ ຈະໄດ້ຮັບການຢືນຢັນເມື່ອໄດ້ຮັບການຊຳລະເງິນແລ້ວ.
  •  ການຊຳລະເງິນ:
ຕ້ອງຊຳລະເງິນຕາມນະໂຍບາຍການຈອງຂອງບໍລິສັດ. ໃບຢືນຢັນທົວຈະຖືກອອກໃຫ້ຫຼັງຈາກໄດ້ຮັບການຊຳລະເງິນແລ້ວ.
  •  ນະໂຍບາຍການຍົກເລີກ:
+ ກໍລະນີບໍ່ມາລາຍງານຕົວ : ຄິດຄ່າທໍານຽມ 100%.
+ ຍົກເລີກກ່ອນການເດີນທາງ 1 – 7 ມື້ : ຄິດຄ່າທໍານຽມ 50%.
+ ຍົກເລີກກ່ອນການເດີນທາງ 8 – 14 ມື້ : ຄິດຄ່າທໍານຽມ 30%.
+ ຍົກເລີກກ່ອນການເດີນທາງ 15 – 21 ມື້ : ຄິດຄ່າທໍານຽມ 10%.
+ ຍົກເລີກກ່ອນການເດີນທາງ 22 ມື້ຂຶ້ນໄປ : ບໍ່ເສຍຄ່າທໍານຽມ (ໃນກໍລະນີທີ່ຍັງບໍ່ໄດ້ອອກວີຊ້າ ຫຼື ຈອງປີ້ຍົນ).
  •  ນະໂຍບາຍສຳລັບເດັກນ້ອຍ:
+ ເດັກນ້ອຍອາຍຸຕ່ຳກວ່າ 2 ປີ : ຟຣີຄ່າທີ່ພັກ (ເມື່ອໃຊ້ຕຽງນອນດຽວຮ່ວມກັບຜູ້ປົກຄອງ).
+ ເດັກນ້ອຍອາຍຸ 2 – 10 ປີ : ໄດ້ຮັບສ່ວນຫຼຸດຕາມເງື່ອນໄຂທີ່ບໍລິສັດກຳນົດ.
+ ເດັກນ້ອຍອາຍຸ 11 ປີຂຶ້ນໄປ : ຄິດຄ່າບໍລິການ ແລະ ລາຄາເທົ່າກັບຜູ້ໃຫຍ່. ສ່ວນຫຼຸດສຳລັບເດັກນ້ອຍແມ່ນນຳໃຊ້ກັບອາຍຸ 2 – 10 ປີ.
  • ນະໂຍບາຍການຍົກເລີກໂຮງແຮມ:
ເງື່ອນໄຂການຍົກເລີກໂຮງແຮມອາດຈະແຕກຕ່າງກັນໄປຕາມແຕ່ລະບ່ອນ ແລະ ລະດູການທ່ອງທ່ຽວ (High season, Peak season ຫຼື ໄລຍະເທດສະການ). ເງື່ອນໄຂທີ່ແນ່ນອນຈະຖືກຢືນຢັນໃນເວລາຈອງ.
  • ຄວາມຮັບຜິດຊອບ:
ບໍລິສັດຈະບໍ່ຮັບຜິດຊອບຕໍ່ການຊັກຊ້າ ຫຼື ການປ່ຽນແປງທີ່ເກີດຈາກເຫດການທີ່ຢູ່ເໜືອການຄວບຄຸມ. ລູກຄ້າຕ້ອງຮັບຜິດຊອບເອກະສານການເດີນທາງ ແລະ ເຄື່ອງໃຊ້ສ່ວນຕົວຂອງຕົນເອງ ໃນກໍລະນີເກີດການສູນຫາຍ.

  • ລາຍການທ່ອງທ່ຽວ : ລາຍການທ່ອງທ່ຽວອາດຈະມີການປ່ຽນແປງຕາມຕາຕະລາງລົດໄຟ, ສະພາບອາກາດ, ສະພາບເສັ້ນທາງ, ຈຳນວນຫ້ອງຫວ່າງຂອງໂຮງແຮມ ຫຼື ເຫດການທີ່ບໍ່ສາມາດຄາດເດົາກ່ອນໄດ້.
  • ໝາຍເຫດ : ໃນກໍລະນີທີ່ໄດ້ດຳເນີນການຈອງວີຊ້າ ຫຼື ຈອງປີ້ຍົນຮຽບຮ້ອຍແລ້ວ, ເຖິງແມ່ນວ່າຈະຍົກເລີກລ່ວງໜ້າກ່ອນ 22 ມື້ ກໍຕາມ, ລູກຄ້າແມ່ນຕ້ອງໄດ້ຮັບຜິດຊອບຊຳລະຄ່າທຳນຽມທີ່ເກີດຂຶ້ນຕາມຕົວຈິງ.

Related Tours

Chat WhatsApp WeChat LINE Facebook