ການຈອງ:
ການຈອງແມ່ນຂຶ້ນກັບຈຳນວນຫວ່າງ ແລະ ຈະໄດ້ຮັບການຢືນຢັນເມື່ອໄດ້ຮັບການຊຳລະເງິນແລ້ວ.
ການຊຳລະເງິນ:
ຕ້ອງຊຳລະເງິນຕາມນະໂຍບາຍການຈອງຂອງບໍລິສັດ. ໃບຢືນຢັນທົວຈະຖືກອອກໃຫ້ຫຼັງຈາກໄດ້ຮັບການຊຳລະເງິນແລ້ວ.
ນະໂຍບາຍການຍົກເລີກ:
+ ກໍລະນີບໍ່ມາລາຍງານຕົວ : ຄິດຄ່າທໍານຽມ 100%.
+ ຍົກເລີກກ່ອນການເດີນທາງ 1 – 7 ມື້ : ຄິດຄ່າທໍານຽມ 50%.
+ ຍົກເລີກກ່ອນການເດີນທາງ 8 – 14 ມື້ : ຄິດຄ່າທໍານຽມ 30%.
+ ຍົກເລີກກ່ອນການເດີນທາງ 15 – 21 ມື້ : ຄິດຄ່າທໍານຽມ 10%.
+ ຍົກເລີກກ່ອນການເດີນທາງ 22 ມື້ຂຶ້ນໄປ : ບໍ່ເສຍຄ່າທໍານຽມ (ໃນກໍລະນີທີ່ຍັງບໍ່ໄດ້ອອກວີຊ້າ ຫຼື ຈອງປີ້ຍົນ).
ນະໂຍບາຍສຳລັບເດັກນ້ອຍ:
+ ເດັກນ້ອຍອາຍຸຕ່ຳກວ່າ 2 ປີ : ຟຣີຄ່າທີ່ພັກ (ເມື່ອໃຊ້ຕຽງນອນດຽວຮ່ວມກັບຜູ້ປົກຄອງ).
+ ເດັກນ້ອຍອາຍຸ 2 – 10 ປີ : ໄດ້ຮັບສ່ວນຫຼຸດຕາມເງື່ອນໄຂທີ່ບໍລິສັດກຳນົດ.
+ ເດັກນ້ອຍອາຍຸ 11 ປີຂຶ້ນໄປ : ຄິດຄ່າບໍລິການ ແລະ ລາຄາເທົ່າກັບຜູ້ໃຫຍ່. ສ່ວນຫຼຸດສຳລັບເດັກນ້ອຍແມ່ນນຳໃຊ້ກັບອາຍຸ 2 – 10 ປີ.
ນະໂຍບາຍການຍົກເລີກໂຮງແຮມ:
ເງື່ອນໄຂການຍົກເລີກໂຮງແຮມອາດຈະແຕກຕ່າງກັນໄປຕາມແຕ່ລະບ່ອນ ແລະ ລະດູການທ່ອງທ່ຽວ (High season, Peak season ຫຼື ໄລຍະເທດສະການ). ເງື່ອນໄຂທີ່ແນ່ນອນຈະຖືກຢືນຢັນໃນເວລາຈອງ.
ຄວາມຮັບຜິດຊອບ:
ບໍລິສັດຈະບໍ່ຮັບຜິດຊອບຕໍ່ການຊັກຊ້າ ຫຼື ການປ່ຽນແປງທີ່ເກີດຈາກເຫດການທີ່ຢູ່ເໜືອການຄວບຄຸມ. ລູກຄ້າຕ້ອງຮັບຜິດຊອບເອກະສານການເດີນທາງ ແລະ ເຄື່ອງໃຊ້ສ່ວນຕົວຂອງຕົນເອງ ໃນກໍລະນີເກີດການສູນຫາຍ.
ລາຍການທ່ອງທ່ຽວ : ລາຍການທ່ອງທ່ຽວອາດຈະມີການປ່ຽນແປງຕາມຕາຕະລາງລົດໄຟ, ສະພາບອາກາດ, ສະພາບເສັ້ນທາງ, ຈຳນວນຫ້ອງຫວ່າງຂອງໂຮງແຮມ ຫຼື ເຫດການທີ່ບໍ່ສາມາດຄາດເດົາກ່ອນໄດ້.
ໝາຍເຫດ : ໃນກໍລະນີທີ່ໄດ້ດຳເນີນການຈອງວີຊ້າ ຫຼື ຈອງປີ້ຍົນຮຽບຮ້ອຍແລ້ວ, ເຖິງແມ່ນວ່າຈະຍົກເລີກລ່ວງໜ້າກ່ອນ 22 ມື້ ກໍຕາມ, ລູກຄ້າແມ່ນຕ້ອງໄດ້ຮັບຜິດຊອບຊຳລະຄ່າທຳນຽມທີ່ເກີດຂຶ້ນຕາມຕົວຈິງ.